ເບຍແຫ່ງອະນາຄົດ, ເພື່ອເຮັດໃຫ້ຄົນ ແລະ ໂລກມີຄວາມສຸກຫລາຍຂຶ້ນ.

ເບຍລາວກຣີນຜະລິດຈາກເຂົ້າສາຍພັນດຽວ-ເຊບັ້ງໄຟ2, ເຊິ່ງເປັນເຂົ້າທ້ອງຖິ່ນຈາກທົ່ງນາແບບຍືນຍົງຂອງບໍລິສັດເບຍລາວຂອງພວກເຮົາ. ຜະລິດຕະພັນເບຍໃຫມ່ຂອງພວກເຮົາ ເປັນສັນຍາລັກຄວາມສຳຄັນແລະຄວາມພາກພູມໃຈໃນຄວາມເປັນລາວ, ທັງເປັນບົດພິສູດເຖິງນະວັດຕະກຳ ແລະ ຈິດວິນຍານຂອງບຸກຄະລາກອນຂອງພວກເຮົາ ໃນການສ້າງເບຍທີ່ມີມາດຕະຖານລະດັບສາກົນ.

ເບຍລາວກຣີນ ໄດ້ຖືກສ້າງຂື້ນເພື່ອສະເຫລີມສະຫລອງການຄົບຮອບ 50 ປີຂອງບໍລິສັດເບຍລາວ, ເບຍລາວກຣີນ ເປັນຂີດໝາຍປະຫວັດສາດສຳຄັນ ແລະ ເປັນເສັ້ນທາງແຫ່ງການຜະລິດເບຍທີ່ເປັນມິດກັບໂລກຫຼາຍຂຶ້ນ.

ຜະລິດຕະພັນເບຍ ຜະລິດໂດຍຄົນລາວ, ເພື່ອຜູ້ບໍລິໂພກທົ່ວໂລກ.

ເບຍລາວກຣີນ ເປັນເບຍລາເກີ້ທີ່ດື່ມງ່າຍ, ມີລົດຊາດນຸ່ມນວນແລະສົດຊື່ນເປັນເອກະລັກ. ເປັນເບຍທີ່ຖືກສ້າງຂື້ນເພື່ອສະເຫຼີມສະຫຼອງຄວາມເປັນເລີດດ້ານການຜະລິດເບຍ ຂອງ ບໍລິສັດເບຍລາວ ຕະຫຼອດໄລຍະເຄິ່ງສັດຕະວັດ, ສະທ້ອນໃຫ້ເຫັນເຖິງຄວາມພາກພູມໃຈໃນວັດທະນະທຳ, ມໍລະດົກຂອງປະຊາຊົນລາວ ແລະ ວິວັດທະນາການຂອງຍີ່ຫໍ້ເບຍລາວ. ເບຍລາວກຣີນມີຈຳຫນ່າຍສອງຮູບແບບຄື: ແກ້ວ 330ມລ ແລະ ກະປ໋ອງ 500ມລ.

ເຂົ້າສາຍພັນດຽວ ເຊບັ້ງໄຟ - ພູມໃຈໃນຄວາມເປັນລາວ.

ເບຍລາວກຣີນ ຜະລິດຈາກເຂົ້າສາຍພັນດຽວ, ເຊິ່ງເປັນເຂົ້າທ້ອງຖິ່ນຈາກເຂດເຊບັ້ງໄຟທີ່ຖືກພັດທະນາແລະປູກໃນເຂດທົ່ງພຽງລວມມີ 2 ສາຍພັນຄື: ຫອມເຊບັ້ງໄຟ​ 2 ແລະ 3, ພ້ອມທັງໄດ້ຖືກນຳມາທົດລອງໃຊ້ໃນໂຄງການປູກເຂົ້າແບບຍືນຍົງຂອງບໍລິສັດເບຍລາວ. ເຊບັ້ງໄຟ​ 2 ເປັນສາຍພັນທີ່ມີຄວາມທົນທານຕໍ່ກັບການປ່ຽນແປງຂອງສະພາບດິນຟ້າອາກາດ. ການປູກເຂົ້າແມ່ນປູກແບບຍືນຍົງ ຕາມລຳແມ່ນ້ຳຂອງ ໃນສອງເຂດທົດລອງພາຍໃນເຂດນະຄອນຫລວງວຽງຈັນ.

ຄວາມຍືນຍົງ ຄວາມຮັກຂອງພວກເຮົາທີ່ມີຕໍ່ກັບມະນຸດແລະໂລກ.

ໂຄງການປູກເຂົ້າແບບຍືນຍົງຂອງບໍລິສັດເບຍລາວຍັງໄດ້ສ້າງຄວາມແຕກຕ່າງໃຫ້ກັບຊຸມຊົນຊາວກະສິກອນຂອງພວກເຮົາ. ພວກເຮົາຍຶດຖືເອົາເປົ້າໝາຍ ZERO Farming Footprint ຂອງກຸ່ມບໍລິສັດ Carlsberg ແລະ ການປະຕິບັດກະສິກຳແບບຟື້ນຟູ, ເພື່ອໃຫ້ໄດ້ຜົນຜະລິດທີ່ສູງສຸດ, ຫຼຸດຜ່ອນການນຳໃຊ້ປຸ໋ຍເຄມີ, ຄວບຄຸມການນຳໃຊ້ປຸ໋ຍຊີວະພາບໃຫ້ຢູ່ໃນລະດັບເຫມາະສົມ ແລະ ຢຸດການໃຊ້ຢາປາບສັດຕູພືດ.

ຜົນທີ່ໄດ້ຮັບເປັນແນວໃດ? ຊາວກະສິກອນຂອງພວກເຮົາໄດ້ຮັບຜົນຜະລິດທີ່ເພີ່ມຂຶ້ນໃນແຕ່ລະລະດູການເກັບກ່ຽວ, ແລະໄດ້ເພີ່ມຈໍານວນການປູກແລະເກັບກ່ຽວຕໍ່ປີໃຫ້ຫລາຍຂຶ້ນ.

ຄວາມຍືນຍົງ ຄວາມຮັກຂອງພວກເຮົາທີ່ມີຕໍ່ກັບມະນຸດແລະໂລກ.

ໂຄງການປູກເຂົ້າແບບຍືນຍົງຂອງບໍລິສັດເບຍລາວຍັງໄດ້ສ້າງຄວາມແຕກຕ່າງໃຫ້ກັບຊຸມຊົນຊາວກະສິກອນຂອງພວກເຮົາ. ພວກເຮົາຍຶດຖືເອົາເປົ້າໝາຍ ZERO Farming Footprint ຂອງກຸ່ມບໍລິສັດ Carlsberg ແລະ ການປະຕິບັດກະສິກຳແບບຟື້ນຟູ, ເພື່ອໃຫ້ໄດ້ຜົນຜະລິດທີ່ສູງສຸດ, ຫຼຸດຜ່ອນການນຳໃຊ້ປຸ໋ຍເຄມີ, ຄວບຄຸມການນຳໃຊ້ປຸ໋ຍຊີວະພາບໃຫ້ຢູ່ໃນລະດັບເຫມາະສົມ ແລະ ຢຸດການໃຊ້ຢາປາບສັດຕູພືດ.

ຜົນທີ່ໄດ້ຮັບເປັນແນວໃດ? ຊາວກະສິກອນຂອງພວກເຮົາໄດ້ຮັບຜົນຜະລິດທີ່ເພີ່ມຂິຶ້ນໃນແຕ່ລະລະດູການເກັບກ່ຽວ, ແລະໄດ້ເພີ່ມຈໍານວນການປູກແລະເກັບກ່ຽວຕໍ່ປີໃຫ້ຫລາຍຂຶ້ນ.

ຈຸດຈຳໜ່າຍເບຍລາວກຣີນ ເບຍລາວກຣີນມີວາງຈໍາໜ່າຍໃນຊ່ວງເວລາຈຳກັດເທົ່ານັ້ນ.

ມີຈຳຫນ່າຍຢູ່ທີ່ຮ້ານອາຫານ, ໂຮງແຮມ, ຜັບ, ບາ, ຮ້ານຄ້າຊັ້ນນໍາ ແລະ ຮ້ານຄ້າທີ່ທັນສະໄໝ ແລະ ຂາຍເຄື່ອງຍ່ອຍທົ່ວໄປໃນລາວ.